​ແຂວງຈໍາປາສັກ ເປີດຕະຫຼາດ​ນັດວາງສະແດງ​ ແລະ​ ຈໍາໜ່າຍສິນຄ້າໂອດ໊ອບ​ ຕາມທິດ​ ສ້າງເສດຖະກິດ ເອກະລາດ​ ເປັນ​ເຈົ້າ​ຕົນເອງ ໃນບຸນອອກພັນສາ ແລະ​ ຊ່ວງເຮືອ ປະຈຳປີ 2024​ ທີ່ນະຄອນປາກເຊ

 

ໃນວັນທີ 15 ຕຸລາ​ 2024​,​ ຄະນະພັກ​ -​ ອົງ​ການປົກຄອງ​ແຂວງຈໍາປາສັກ​ ຮ່ວມກັບ​ ພະແນກອຸດສາຫະກໍາ ​ແລະ​ ການຄ້າ​ແຂວງ, ຄະນະພັກ​ -​ ອົງການປົກຄອງນະຄອນປາກເຊ​ ແລະ​ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດງານວາງສະແດງ​ ແລະ​ ຈໍາໜ່າຍ​ຄ້າ​ ໜຶ່ງເມືອງ ໜຶ່ງຜະລິດພັນ​ ຫຼື​ ໂອດ໊ອບ​ ຕາມທິດ​ ສ້າງເສດຖະກິດ ເອກະລາດ​ ເປັນ​ເຈົ້າ​ຕົນເອງ​ (ສອຈ)​ ໃນໄລຍະ​ໃໝ່​ ໃນງານບຸນປະວໍລະນາ​ -​ ອອກພັນສາ ແລະ​ ຊ່ວງເຮືອປະເພນີ​ ປະຈຳປີ 2024​ ທີ່ນະຄອນປາກເຊ.​ ພິທີຈັດຂຶ້ນຢູ່ທ່າສາລາຄໍາ ແຄມເຊໂດນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງໆຈໍາປາສັກ​ ພ້ອມ​ພັນລະຍາ,​ ທ່ານ​ ຫງວຽນ​ ວັນ​ ຈຸງ​ ກົງສູນໃຫຍ່ ແຫ່ງ​ ສສ​ ຫວຽດນາມ​ ປະຈໍາ​ 4 ແຂວງ​ພາກໃຕ້​ລາວ, ທ່ານ​ ກິ​ ໂມນີຣວດ ກົງສູນໃຫຍ່​ ແຫ່ງຣາຊະອານາຈັກ ກໍາປູເຈຍ​ ປະຈໍາ​ 5 ແຂວງ​ພາກໃຕ້​ລາວ, ທ່ານ ບົວລີ​ ເພັດສົງຄາມ​ ຄະນະ​ປະຈໍາພັກແຂວງ ເລຂາ​ພັກ​ນະຄອນ​ ເຈົ້າ​ນະຄອນ​ປາກເຊ,​ ທ່ານ​ ປອ.​ບຸນຍະເດດ​ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າ​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງ​.​ ມີການນໍາ​ແຂວງ, ການນໍາ​ພະແນກການ​ກົມກອງ​ອ້ອມຂ້າງ​ແຂວງ,​ ການນໍາ​ 9​ ເມືອງ,​ ການນໍານະຄອນປາກເຊ, ນັກທຸລະກິດ, ຜູ້ປະກອບການ ແລະ​ ຫ້າງຮ້ານຕ່າງໆ ເຂົ້າຮ່ວມ.​

#ໃນພິທີທ່ານ​ ປອ.​ບຸນຍະເດດ ທອງ​ສະຫວັນ​ ກໍາມະການ​ພັກ​ແຂວງ​ ຫົວໜ້າ​ພະແນກ​ອຸດສາຫະ​ກໍາ​ ແລະ​ ການຄ້າ​ແຂວງ​ ຕາງໜ້າຄະນະຮັບຜິດຊອບຈັດງານຕະຫຼາດນັດວາງສະແດງ ແລະ​ ຈໍາໜ່າຍ​ສິນຄ້າ​ ລາຍງານວ່າ: ການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ – ໜຶ່ງຜະລິດຕະພັນ ແລະ ສິນຄ້າທີ່ພວກເຮົາສາມາດຜະລິດໄດ້ ພາຍໃນແຂວງຈຳປສັກ ເປັນຕົ້ນແມ່ນຜະລິດຕະພັນກະສິກໍາ, ອຸດສາຫະກໍາປຸງແຕ່ງ, ຫັດຖະກໍາ ແລະ ໂຄສະນາແຫຼ່ງທ່ອງທ່ຽວ ເພື່ອເປັນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ແຂງແຮງກວ່າເກົ່າ.​ ງານຕະຫຼາດນັດຄັ້ງນີ້ ມີຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າ​ທັງໝົດ 450 ຮ້ານ ເຊິ່ງງເລີມແຕ່ວັນທີ 12 -​ 18 ຕຸລາ 2024​.​ ສໍາລັບຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ​ ມີ 43 ຫົວໜ່ວຍ.​ ໃນນັ້ນ,​ ຮ້ານວາງສະແດງ​ -​ ຈໍາໜ່າຍສິນຄ້າ ຕາມທິດ​ ສອຈ​ ຈາກ 9​ ເມືອງ​ ແລະ​ ນະຄອນປາກເຊ​ ມີ 13 ຫ້ອງ, ພະແນກຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ 1 ຫ້ອງ,​ ພະແນກ​ແຮງງານ​ ແລະ​ ສະຫວັດ​ດີ​ສັງຄົມ​ແຂວງ 1 ຫ້ອງ, ສະມາຄົມຫັດຖະກໍາ​3 ຫ້ອງ, ສະມາຄົມສົ່ງເສີມຜະລິດຕະພັນລາວ ສາຂາ​ພາກໃຕ້​ 2 ຫ້ອງ,​ ສະມາຄົມສົ່ງເສີມກະສິກໍາ 1 ຫ້ອງ, ກຸ່ມບໍລິສັດ​ ດາວເຮືອງ​ 2 ຫ້ອງ,​ ບໍລິສັດ​ ປະກັນໄພ​ 1 ຫ້ອງ, ບໍລິສັດ​ ທີ​ ແອນ​ ທີ​ ຕົວແທນຈໍາໜ່າຍສິນຄ້າບໍລິໂພກ -​ ອຸປະໂພກ​ ນໍາເຂົ້າຈາກ ສສ ຫວຽດນາມ​ 1 ຫ້ອງ,​ ບໍລິສັດ​ ຕົກແຕ່ງພາຍໃນ 1 ຫ້ອງ,​ ໂຮງງານທໍ່ຫົງຄໍາ 2 ຫ້ອງ,​ ຮ້ານ​ ຕ໋ອງ​ ຈໍາປາກະເສດ 2 ຫ້ອງ, ສະໝຸນໄພ​ ຢາດົມອາລົມດີ 1 ຫ້ອງ,​ ຕົວແທນຈໍາໜ່າຍ ເບຍໄຮເນເກັນ 2 ຫ້ອງ,​ ໄຟຟ້າ​ລາວ​ 1 ຫ້ອງ,​ ອົງການກາແດງລາວ ແຂວງຈໍາປາສັກ​ 1 ຫ້ອງ,​ ຜະລິດຕະພັນກຸ່ມບ້ານ​ ປະເພດເສັ້ນເຝີ,​ ເຂົ້າໂພດ,​ ພືດຜັກ​ ແລະ​ ອື່ນໆ​ 2 ຫ້ອງ,​ ເຂົ້າໜົມອັງປັງ 1 ຫ້ອງ,​ ທະນາຄານ​ ພັດທະນາ​ ລາວ​ 6 ຫ້ອງ.​ ສິນຄ້າທີ່ເຂົ້າມາຮ່ວມວາງສະແດງ ແລະ ຈໍາໜ່າຍ ພາຍໃນງານຄັ້ງນີ້ ປະກອບດ້ວຍຜະລິດຕະພັນສິນຄ້າກະສິກໍາ – ອຸດສາຫະກໍາປຸ່ງແຕ່ງ ເຊັ່ນ: ກາເຟ,​ ຊາ,​ ເຂົ້າ,​ ພືດຜັກ,​ ໄຂ່,​ ນໍ້າດື່ມ,​ ເບ້ຍໄມ້ກິນໝາກ,​ ເບ້ຍໄມ້ອຸດສາຫະກໍາ, ເຟີນີເຈີໄມ້, ເຄື່ອງຫັດຖະກໍາຈັກສານໄມ້ປ່ອງ​ -​ ຫວາຍ, ຜ້າຝ້າຍ, ຝ້າໄໝ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ອຸປະກອນການແພດ, ໂຄສະນາແຫຼ່ງທ່ອງທ່ຽວ ພ້ອມທັງສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ,​ ໂທລະຄົມ – ການສື່ສານ.​ ຄາດວ່າຈະມີມູນຄ່າສິນຄ້າທີ່ເຂົ້າມາວາງສະແດງ ແລະ​ ຈໍາໜ່າຍໃນງານ ປະມານ 2,5 ຕື້ກີບ, ຄາດຄະເນຈະມີເງີນໝູນວຽນ ໃນແຕ່ລະວັນ ປະມານ 500 ກວ່າລ້ານກີບ.​

#ຈຸດປະສົງ ແລະ ເປົ້າໝາຍໃນການຈັດງານຕະຫຼາດນັດຄັ້ງນີ້​ ກໍເພື່ອຜັນຂະຫຍາຍມະຕິ​ ​ຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ​ການ​ສ້າງເສດຖະກິດ ເອກະລາດ​ ເປັນ​ເຈົ້າ​ຕົນເອງ​ (ສອຈ)​ ໃນໄລຍະ​ໃໝ່​ ທັງເປັນການປະກອບສ່ວນ ຊຸກຍູ້ເສດຖະກິດ, ສົ່ງເສີມການຜະລິດພາຍໃນ, ສິນຄ້າພູມປັນຍາທ້ອງຖິ່ນຂອງປະຊາຊົນ, ສິນຄ້າທີ່ພາຍໃນພວກເຮົາສາມາດຜະລິດໄດ້ ທົດແທນການນໍາເຂົ້າ ແລະ ເປັນໜໍ່ແໜງໃນການສົ່ງອອກ, ສ້າງຖານລາຍຮັບທີ່ເຂັ້ມແຂງຍືນຍົງ ຫັນໄປສູ່ສັງຄົມການຜະລິດ​ ຂອງແຂວງຈໍາປາສັກ​ ຕາມທິດ​ ສ້າງເສດຖະກິດ​ ເອກະລາດ ເປັນ​ເຈົ້າ​ຕົນເອງ​ ໃນໄລຍະ​ໃໝ່.​ ຈາກນັ້ນ​ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງໆຈໍາປາສັກ​ ພ້ອມພັນລະຍາ ແລະ ການນໍາທີ່ເຂົ້າຮ່ວມງານ ກໍໄດ້ໃຫ້ກຽດຕັດແຖບຜ້າ​ ແລະ​ ລັ່ນຄ້ອງ 9​ ບາດ​ ເພື່ອເປັນນິມິດໝາຍອັນດີ ແລະ​ ເປັນສີລິມຸງຄຸນໃຫ້ແກ່ການເປີດງານ.​ ຈາກນັ້ນ​ ກໍໄດ້ທ່ຽວ​ຊົມ ຮ້ານວາງສະແດງ​ ແລະ​ ຈໍາໜ່າຍ​ສິນຄ້າ​ ຕື່ມອີກ.
* ຂ່າວ​-ພາບ​: ທູນທອງໃຈ​ *