ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງຈໍາປາສັກ​ ທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຂອງຄະນະພັກໜ່ວຍຊຸດໃໝ່​

ໃນວັນທີ 10-​11​ ຕຸລາ​ 2024 ທີ່​ຫ້ອງ​ປະ​ຊຸມ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຂວງ​ຈຳ​ປາ​ສັກ,​ ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຂອງຄະນະພັກຊຸດໃໝ່​ ຕິດພັນກັບການດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ.​ ກອງປະຊຸມ​ຈັດຂຶ້ນຢູ່ພະແນກດັ່ງກ່າວ​ ໂດຍການເປັນປະທານ​ຮ່ວມຂອງ​ ສະຫາຍ​ ປອ.​ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ,​ ສະຫາຍ​ ປອ.​ບຸນຍະເດດ​ ທອງສະຫວັນ​ ກໍາມະການ​ພັກ​ແຂວງ​ ເລຂາຄະນະພັກຮາກຖານ​ ຫົວໜ້າພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​,​ ສະຫາຍ​ ພອນໄຊ​ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ.​ ມີຄະນະກໍາມະການປັບປຸງກົງຈັກການຈັດຕັ້ງພັກ​ -​ ລັດ​ ຂັ້ນແຂວງ, ຄະນະພັກຮາກຖານ,​ ເລຂາ,​ ຮອງເລຂາ​ໜ່ວຍພັກ, ສະມາຊິກພັກ​ສົມບູນ​ -​ ສໍາຮອງ​ ແລະ​ ມະຫາຊົນກ້າວໜ້າ​ ພາຍໃນຄະນະພັກຮາກຖານດັ່ງກ່າວ ເຂົ້າຮ່ວມ.​


#ໃນກອງປະຊຸມ​ ໄດ້ເຜີຍແຜ່​ເອກະສານ 4 ບົດ ຂອງຄະນະໂຄສະນາອົບຮົມສູນກາງພັກ​ ຄື: ເອກະສານຄວາມເຂົ້າໃຈກ່ຽວກັບການດາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອກະສານ​ ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງຂອງພັກ; ເອກະສານ​ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທາປະຕິວັດ​ ແລະ​ ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາຊິກພັກ.​ ຈຸດປະສົງ​ ກໍເພື່ອເຮັດໃຫ້ການນໍາຫຼັກແຫຼ່ງ,​ ສະມາຊິກພັກ​ ພາຍໃນຄະນະພັກຮາກຖານ ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ເຂົ້າໃຈກ່ຽວກັບເນື້ອໃນຕ້ອງກໍາແໜ້ນ ໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເປັນເຈົ້າການນໍາເອົາມະຕິກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນເປັນຈິງ ເພື່ອເປັນການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກ​ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຖືກຕ້ອງຕາມກົດລະບຽບພັກ; ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກຳນົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນ ໃນລະບົບການເມືອງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເພື່ອສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນ​ ກໍຄື ພະນັກງານ, ສະມາຊິກພັກ​ ຕໍ່ການນໍາພາຂອງຄະນະພັກຮາກຖານ​ ແລະ​ ຄະນະໜ່ວຍພັກ.​ ນອກນີ້​ ກໍເພື່ອໃຫ້ສະມາຊິກພັກ ຮັບຮູ້ເຂົ້າໃຈຄວາມໝາຍຄວາມສໍາຄັນ ຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ​ ແຕ່ລະຂັ້ນ​ ເຊິ່ງເປັນຫຼັກການຈັດຕັ້ງຂອງພັກເຮົາ ມີຄວາມໝາຍໃນການປັບປຸງປົວແປງພາຍໃນພັກ​ ທັງເປັນບັ້ນດໍາເນີນຊີວິດການເມືອງ ໃນຄະນະພັກຮາກຖານ​ -​ຄະນະໜ່ວຍພັກ ແນໃສ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າ, ເລືອກເຟັ້ນບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະ​ໜ່ວຍພັກ​ ທີ່ຂຶ້ນກັບຄະນະພັກຮາກຖານ ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມມາດຕະຖານ,​ ເງື່ອນໄຂທີ່ໄດ້ກຳນົດໄວ້ ເພື່ອເປັນຫຼັກແຫຼ່ງນໍາພາ ຕະຫຼອດສະໄໝ ຂອງຄະນະພັກຮາກຖານ.​

#ພ້ອມນີ້,​ ຍັງໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ​ ເຊິ່ງມີ​ 8 ໜ່ວຍພັກ​ ຄື: ໜ່ວຍພັກບໍລິຫານ, ຈັດຕັ້ງ​ ແລະ​ ກວດກາ,​ ໜ່ວຍພັກສົ່ງເສີມວິສາຫະກິດ​ ແລະ​ ການຄ້າ,​ ໜ່ວຍພັກການຄ້າພາຍໃນ,​ ໜ່ວຍພັກອຸດສາຫະກຳ ແລະ ຫັດຖະກຳ,​ ໜ່ວຍພັກທະບຽນ​ ແລະ​ ຄຸ້ມຄອງວິສາຫະກິດ,​ ໜ່ວຍພັກຊັບສິນທາງປັນຍາ, ມາດຕະຖານ​ ແລະ ວັດແທກ,​ ໜ່ວຍພັກລັດວິສາຫະກິດນໍ້າມັນເຊື້ອໄຟລາວ​ ສາຂາແຂວງຈຳປາສັກ,​ ໜ່ວຍພັກສະພາການຄ້າ ແລະ ອຸດສາຫະກຳແຂວງ, ມີສະມາຊິກພັກທັງໝົດ​ 101​ ສະຫາຍ,​ ຍິງ​ 20​ ສະຫາຍ,​ ໃນນັ້ນ​ ສະມາຊິກພັກສຳຮອງ​ 7​ສະຫາຍ,​ ຍິງ​ 1 ສະຫາຍ. ພ້ອມນີ້​ ຍັງໄດ້ຜ່ານມາດຕະຖານ, ເງື່ອນໄຂຜູ້ທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ ຮອບທີ 1.​ ຕໍ່ມາ,​ ປະທານກອງປະຊຸມມີຄໍາເຫັນຊີ້ນໍາໃນການທາບທາມ ຮອບທີ 1.​ ຈາກນັ້ນ, ຄະນະກຳມະການປັບປຸງກົງຈັກການຈັດຕັ້ງ​ພັກ​ -​ ລັດ​ ຂັ້ນແຂວງ​ ກໍໄດ້ຢາຍບັດທາບທາມ​ ພ້ອມທັງແນະນໍາການຂີດບັດທາບທາມ ແລະ ດໍາເນີນການປ່ອນບັດທາບທາມ.​ ພາຍຫຼັງສໍາເລັດ ຄະນະກໍາມະການ ກໍໄດ້ສັງລວມຄະແນນ​ ແລ້ວລາຍງານຄະນະພັກ -​ ຂັ້ນເທິງ​ ເພື່ອສືບຕໍ່ຄົ້ນຄວ້າບຸກຄະລາກອນອອກທາບທາມຮອບທີ 2.​
#ກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານຄໍາແນະນໍາຂອງຄະນະກວດກາສູນກາງພັກ​ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.​ ຕໍ່ມາ,​ ປະທານກອງປະຊຸມ ກໍມີຄໍາເຫັນຊີ້ນໍາໃນການດໍາເນີນຊີວິດການເມືອງ ທ້າຍສະໄໝ.​ ຈາກນັ້ນ, ກໍໄດ້ດໍາເນີນຊີວິດການເມືອງທ້າຍສະໄໝ ໂດຍແບ່ງຈຸສໍາຫຼວດ​ ແລະ​ ຜ່ານຮ່າງບົດລາຍງານການເມືອງ -​ ຮ່າງບົດສໍາຫຼວດການນໍາພາ ຂອງໜ່ວຍພັກ​ ແລ້ວໃຫ້ສະມາຊິກພັກ ປະກອບຄໍາເຫັນໃສ່ 2 ຮ່າງເອກະສານ; ພ້ອມນີ້​ ຍັງໄດ້ຜ່ານໃບສຳຫຼວດຕົນເອງໂດຍເລີ່ມຈາກສະຫາຍເລຂາໜ່ວຍພັກ -​ ຮອງເລຂາ​ -​ ປະທານກວດກາໜ່ວຍພັກ​ ແລະ​ສະມາຊິກ ພັກຕາມລໍາດັບ​ ແລ້ວໝູ່ຄະນະປະກອບຄໍາເຫັນ​ ເພື່ອຊ່ວຍເຫຼືອປັບປຸງກໍ່ສ້າງເຊິ່ງກັນ​ ແລະ​ ກັນ.​ ຕອນທ້າຍ ກໍໄດ້ດໍາ​ເນີນການທາບທາມ​ບຸກຄະລາກອນ ເຂົ້າໃສ່ໂຄງປະກອບຂອງແຕ່ລະໜ່ວຍພັກ ຮອບທີ 2 ຕື່ມອີກ.​
* ຂ່າວ​-ພາບ​: ທູນທອງໃຈ​ *